1. ວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ.
– ຊຸກຍູ້, ສົ່ງເສີມ, ໂຄສະເຜີຍແຜ່ ແລະ ນຳພາບັນດາຫ້ອງການຂອງລັດ ແລະ ຂະແໜງການຕ່າງໆ ໃຫ້ນຳໃຊ້ບໍລິການລະບົບບໍລິຫານລັດດ້ວຍເອເລັກໂຕຣນິກຢ່າງກວ້າງຂວາງ ຢູ່ພາຍໃນແຂວງວຽງຈັນ.
– ຊ່ວຍໃຫ້ຄຳປຶກສາ, ແນະນຳການຕິດຕັ້ງ, ຄຸ້ມຄອງ, ນຳໃຊ້ ແລະ ພັດທະນາບັນດາລະບົບໂປຣແກຣມ ແລະ ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ ໃຫ້ແກ່ບັນດາຫ້ອງການລັດ ແລະ ສັງຄົມ ພາຍໃນແຂວງວຽງຈັນ.
– ໂຄສະນາ, ເຜີຍແຜ່, ໃຫ້ຄຳແນະນຳ ແລະ ຕິດຕາມກວດກາການນຳໃຊ້ລະບົບກອງປະຊຸມທາງໄກ (Video Conference) ຂອງອົງການຈັດຕັ້ງລັດຕ່າງພາຍໃນແຂວງວຽງຈັນ.
– ປະສານງານກັບສູນກາງໃນການຄົ້ນຄວ້າ, ດັດແປງ ແລະ ດຳເນີນການເຊື່ອມໂຍງບັນດາໂປຣແກຣມຂອງຫ້ອງການລັດຕ່າງໆ ເຂົ້າກັບລະບົບ ບໍລິຫານລັດດ້ວຍເອເລັກໂຕຣນິກ.
– ກໍ່ສ້າງ ແລະ ຝຶກອົບຮົມຍົກລະດັບພະນັກງານລັດ ແລະ ຂະແໜງການຕ່າງໆ ໃຫ້ສາມາດຄຸ້ມຄອງ, ນຳໃຊ້ ແລະ ບໍລິການລະບົບ ບໍລິຫານລັດດ້ວຍເອເລັກໂຕຣນິກ.
– ເກັບກຳຂໍ້ມູນສະຖິຕິການພັດທະນາ, ການນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຂອງບັນດາຫ້ອງການລັດ ແລະ ຂະແໜງການຕ່າງໆ ໃນແຂວງວຽງຈັນ.
– ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
2. ວຽກງານຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ).
– ຜັນຂະຫຍາຍແຜນການຂອງພະແນກກ່ຽວກັບວຽກງານຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານມາເປັນແຜນການ, ແຜນງານ, ໂຄງການລະອຽດ ໃນຂະແໜງຂອງຕົນໂດຍສອດຄ່ອງກັບສະພາບຕົວຈິງຂອງແຂວງວຽງຈັນ ເພື່ອຈັດຕັ້ງປະຕິບັດ.
– ຄົ້ນຄວ້າເພື່ອນຳສະເໜີ ຕໍ່ພະແນກໃນການອອກໃບອະນຸຍາດ, ສືບຕໍ່, ໂຈະ, ຍົກເລີກ ຫຼື ຖອນໃບອະນຸຍາດການດຳເນີນທຸລະກິດດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕາມການມອບໝາຍຂອງກະຊວງ ປທສ ໃນແຕ່ລະໄລຍະ.
– ແນະນຳ, ຕິດຕາມ, ກວດກາບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງໃນການນຳໃຊ້ ແລະ ການເຂົ້າອຸປະກອນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ຖືກຕາມມາດຕະຖານເຕັກນິກ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
– ຈັດຕັ້ງປະຕິບັດວຽກງານຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ແລະ ວຽກງານຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ ທັງຊຸກຍູ້ການນຳໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ມີຄວາມສະຫງົບປອດໄພ ພາຍໃນແຂວງວຽງຈັນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
– ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໂຄສະນາເຜີຍແຜ່ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
– ກະຕຸກຊຸກຍູ້ໃຫ້ຂະແໜງການຕ່າງໆ ແລະ ສັງຄົມ ໃນການປະດິດສ້າງການພັດທະນາ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
– ເກັບກຳສະຖິຕິການນຳເຂົ້າ, ສົ່ງອອກ, ຜະລິດ, ຈຳໜ່າຍ ແລະ ນຳໃຊ້ຂອງຜູ້ປະກອບການທາງດ້ານໄອຊີທີ.
– ສະຫຼຸບ ແລະ ຂຶ້ນແຜນການເຄື່ອນໄຫວວຽກງານຂອງຂະແໜງຕົນ ແລະ ສະພາບການດຳເນີນທຸລະກິດດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ປະຈຳອາທິດ, ເດືອນ, ງວດ ແລະ ປີ.
– ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະພະແນກ.