1. ວຽກງານບໍລິຫານ.
– ຂຶ້ນແຜນການໃຊ້ຈ່າຍຕົວຈິງ ແລະ ນຳໃຊ້ງົບປະມານປະຈຳປີ ເຂົ້າໃນການເຄື່ອນໄຫວຂອງພະແນກ ປທສ ແຂວງວຽງຈັນ.
– ຮັບຜິດຊອບວຽກບໍລິຫານຂອງພະແນກ, ເປັນໃຈກາງໃນການປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວຂອງຄະນະພະແນກ, ຈັດກອງປະຊຸມພາຍໃນພະແນກ, ພິທີການ, ຮັບແຂກຂອງພະແນກ, ບັນທຶກເອກະສານຂາເຂົ້າ-ຂາອອກ, ບັນທຶກກອງປະຊຸມ, ຄຸ້ມຄອງຕາປະທັບ, ວຽກຂໍ້ມູນຂ່າວສານ ແລະ ປະຊາສຳພັນຂອງພະແນກ ປທສ ແຂວງວຽງຈັນ.
– ຄຸ້ມຄອງອາຄານສະຖານທີ່, ພາຫະນະ, ຊັບສິນ, ວັດຖຸອຸປະກອນເຄື່ອງໃຊ້ຫ້ອງການຂອງພະແນກທີ່ທາງແຂວງວຽງຈັນ ແລະ ກະຊວງ ປທສ ມອບໃຫ້.
– ຄົ້ນຄວ້ານຳສະເໝີຂໍອະນຸມັດຄວັດຕາປະທັບ ແລະ ນຳໃຊ້ຕາປະທັບໃຫ້ການຈັດຕັ້ງທີ່ຂື້ນກັບພະແນກ ປທສ ແຂວງວຽງຈັນ.
– ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງພະແນກ ປະຈຳເດຶອນ, ງວດ, 6 ເດຶອນ, ປີ ແລະ ແຜນການເຄື່ອນໄຫວຕໍ່ໝ້າຂອງພະແນກ ເພຶ່ອລາຍງານໃຫ້ອົງການປົກຄອງແຂວງວຽງຈັນ.
– ປະຕິບັດໝ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະພະແນກ
2. ວຽກງານຈັດຕັ້ງ-ພະນັກງານ.
– ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ຊັບຊ້ອນ, ຈັດວາງບຸກຄະລາກອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ຕຳແໜ່ງງານທີ່ກຳນົດໄວ້ ເພື່ອນຳສະເໜີຫົວໜ້າພະແນກພິຈາລະຈາ.
– ຊ່ວຍຄະນະພັກເກັບກຳສະຖິຕິວຽກພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ.
– ຄົ້ນຄວ້າສະເໜີການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນຂອງພະແນກ ປທສ ແຂວງ, ຜູ້ທີ່ມີຜົນກງານດີເດັ່ນ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ແລະ ສະເໜີປະຕິບັດວິໄນຕໍ່ຜູ້ກຳທຳຜິດຕໍ່ລະບຽບ ແລະ ກົດໝາຍ ຕາມຄວາມເປັນຈິງໃນແຕ່ລະກໍລະນີຂອງຜູ້ກະທຳຜິດໜັກ ຫຼື ເບົາ.
– ສະເໜີຂໍອະນຸມັດເຮັດບັດປະກັນສັງຄົມໃຫ້ແກ່ລັດຖະກອນເຂົ້າໃໝ່, ຄອບຄົວພະນັກງານ ແລະ ພະນັກງານບຳນານ.
– ຄົ້ນຄວ້າສະເໜີເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິ ໃຫ້ລັດຖະກອນ, ດັດແກ້ຊັ້ນ-ຂັ້ນເງິນເດືອນ ແລະ ສະເໜີເລື່ອນລັດຖະກອນໃໝ່ (95%) ຂຶ້ນເປັນລັດຖະກອນສົມບູນ (100%) ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ປທສ ແຂວງວຽງຈັນ.
– ຄຸ້ມຄອງສຳນວນເອກະສານຊີວະປະຫວັດ ແລະ ສະຖິຕິພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ປທສ ແຂວງວຽງຈັນ.
– ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
3. ວຽກງານກວດກາ.
– ຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ, ແຜນການ, ມະຕິ, ຄຳສັ່ງຂອງອົງການກວດກາລັດຂອງແຂວງວຽງຈັນ ແລະ ກະຊວງ ປທສ ກ່ຽວກັບວຽກງານກວດກາລັດ ຕາມຂະແໜງການໃນການບໍລິຫານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
– ໂຄສະນາເຜີຍແຜ່ນະໂຍບາຍ, ລະບຽບກົດໜາຍກ່ຽວກັບວຽກງານກວດກາລັດ ໂດຍປະສານທົບກັບພາກສ່ວນທີ່ກ່ຽວຂ້ອງ.
– ກວດກາປະຕິບັດນະໂຍບາຍ, ລະບຽບກົດໜາຍ, ແຜນການ, ສິດໜ້າທີ່, ຄວາມຮັບຜີດຊອບຕໍ່ການຈັດຕັ້ງ, ລັດຖະກອນພາຍໃນພະແນກການຂອງຕົນ ແລະ ຫ້ອງການ ປທສ ປະຈຳເມືອງຕາມສາຍຕັ້ງ.
– ກວດກາການດຳເນີນທຸລະກິດຂອງບັນດາສາຂາ ບໍລິສັດວິສາຫະກິດ ທິ່ຢູ້ທ້ອງຖີ້ມຂອງຕົນ.
– ຄົ້ນຄ້ວາ ແລະ ແກ້ໄຂຄຳສະເໜີຂໍ້ຂັດແຍ່ງ ໃຫ້ຄວາມເປັນທຳຕໍ່ປະຊາຊົນ ທີ່ມາພົວພັນວຽກງານ ປທສ.
– ສະເໜີມາດຕະການ, ວິທີການແກ້ໄຂຜົນຂອງການກວດກາລັດ ໃຫ້ຫົວໜ້າພະແນກຂອງຕົນເພື່ອພິຈະລະນາ ຕົກລົງ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນ.
– ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໜາຍຂອງຫົວໜ້າພະແນກ ປທສ ແຂວງວຽງຈັນ, ຫົວໜ້າກົມກວດກາຂອງກະຊວງ ປທສ, ຫົວໜ້າພະແນກ ກວດກາລັດແຂວງວຽງຈັນ ແລະ ຕາມທີ່ໃດ້ກຳກົດໄວ້ໃນລະບຽບກົດໜາຍ.