1. ທີ່ຕັ້ງ ແລະ ພາລະບົດບາດ.
ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງວຽງຈັນ, ຂຽນຫຍໍ້ “ພປທສ”, ຂຽນເປັນພາສາອັງກິດ “Department of Post and Telecommunications of Vientiane Province” ຂຽນຫຍໍ້ “DPT” ແມ່ນກົງຈັກໜຶ່ງຂອງອົງການປົກຄອງແຂວງວຽງຈັນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ເຈົ້າແຂວງ ແຂວງວຽງຈັນ ແລະ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການຄຸ້ມຄອງ ແລະ ພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ແຂວງຂອງຕົນ, ພາຍໃຕ້ການຊີ້ນຳ-ນຳພາ ແລະ ຄຸມຄອງດ້ານຊີວິດການເມືອງ ຂອງອົງການປົກຄອງແຂວງ, ພ້ອມກັນນັ້ນກໍຢູ່ໃຕ້ການຊີ້ນຳ-ນຳພາ ແລະ ກວດກາດ້ານວິຊາການ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
2. ໜ້າທີ່.
1). ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ, ກົດໝາຍ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຂອງກະຊວງ ປທສ ເພື່ອຫັນເປັນແຜນການ, ແຜນງານ, ໂຄງການລະອຽດ ຢູ່ພາຍໃນແຂວງວຽງຈັນ.
2). ເຜີຍແຜ່, ແນະນຳກົດໝາຍ, ນິຕິກຳຕ່າງໆ ດ້ານວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໃຫ້ທົ່ວເຖິງ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນ.
3). ຂິ້ນແຜນການໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໃນການພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ສອດຄ່ອງກັບແຜນການຂອງອົງການປົກຄອງແຂວງວຽງຈັນ, ກະຊວງ ປທສ ວາງອອກ ແລະ ສະຫຼູບການຈັດຕັ້ງປະຕິບັດແຜນດັ່ງກ່າວປະຈຳເດືອນ, ງວດ, 6 ເດືອນ ແລະ ປີ ເພື່ອລາຍງານອົງການປົກຄອງແຂວງວຽງຈັນ ແລະ ກະຊວງ ປທສ.
4). ຊຸກຍູ້, ສົ່ງເສີມ ແລະ ນຳພາບັນດາອົງການຈັດຕັ້ງລັດ-ເອກະຊົນ ແລະ ປະຊາຊົນ ໃຫ້ຮູ້ນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນວຽກງານ ແລະ ການດຳລົງຊີວິດຢ່າງທົ່ວເຖິງ ພາຍໃນຂອບເຂດແຂວງຂອງຕົນ.
5). ຄົ້ນຄວ້າການອອກອະນຸຍາດ, ສີບຕໍ່, ໂຈະ, ຖອນ ແລະ ຍົກເລີກໃບອະນຸຍາດດຳເນີນທຸລະກິດດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງ ປທສ ໃນແຕ່ລະໄລຍະ.
6). ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອອກອະນຸຍາດການນຳເຂົ້າ, ສົ່ງອອກ ແລະ ການນຳໃຊ້ອຸປະກອນໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງ ປທສ ໃນແຕ່ລະໄລຍະ.
7). ຈັດຕັ້ງປະຕິບັດວຽກງານຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ແລະ ວຽກງານຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ ທັງຊຸກຍູ້ການນຳໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ມີຄວາມສະຫງົບປອດໄພ ພາຍໃນແຂວງວຽງຈັນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
8). ຮັບແຈ້ງເຫດສຸກເສີນທາງຄອມພິວເຕີ ຈາກພາກສ່ວນຕ່າງພາຍໃນແຂວງວຽງຈັນ, ເທດສະບານ ແລະ ນະຄອນ ເພື່ອລາຍງານຕໍ່ກະຊວງ ປທສ.
9). ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຕິດຕາມ, ກວດກາຊ່ວຍເຫຼືອ ແລະ ສົ່ງເສີມຜູ້ໃຫ້ບໍລິການ, ຄຸ້ມຄອງຜູ້ບໍລິໂພກ ແລະ ແກ້ໄຂຂໍ້ຂັດແຍ່ງໃນການດຳເນີນທຸລະກິດດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ໃນຄວາມຮັບຜິດຊອບຂອງຕົນ.
10). ຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການວາງແຜນ, ຈັດສັນ, ພັດທະນາ, ປັບປຸງ, ຍົກລະດັບ, ຂະຫຍາຍ ແລະ ເປັນເຈົ້າການຄຸ້ມຄອງໂຄງລ່າງໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານພາຍໃນແຂວງວຽງຈັນ.
11). ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາບໍລິສັດສາຂາ ຫົວໜ່ວຍທຸລະກິດທີ່ໃຫ້ບໍລິການ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບັນດາຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳເມືອງ ແລ້ວລາຍງານສະພາບການເຄື່ອນໄຫວໃຫ້ກະຊວງ ປທສ ຮັບຊາບເປັນແຕ່ລະໄລຍະ.
12). ສະຫຼຸບ, ລາຍງານວຽກງານຮອບດ້ານຂອງພະແນກ ປທສ ແຂວງວຽງຈັນ ໃຫ້ກະຊວງ ປທສ ແລະ ອົງການປົກຄອງແຂວງ ຮັບຊາບຢ່າງເປັນປົກກະຕິ.
13). ຂື້ນແຜນຄຸ້ມຄອງ, ບຳລຸງ, ກໍ່ສ້າງ, ຊັບຊ້ອນ ແລະ ສະເໜີປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ພາຍໃນພະແນກ ປທສ ແຂວງວຽງຈັນ.
14). ຄຸ້ມຄອງ ແລະ ກວດກາການນຳໃຊ້ງົບປະມານຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງວຽງຈັນ ຕາມການອະນຸມັດຂອງອົງການປົກຄອງແຂວງວຽງຈັນ.
15). ຊຸກຍູ້, ສົ່ງເສີມ ແລະ ສະຫຼຸບການມອບພັນທະງົບປະມານໃຫ້ລັດຂອບັນດາບໍລິສັດໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ໃນຄວາມຮັບຜິດຊອບຂອງຕົນ.
16). ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ.
17). ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງກະຊວງ ປທສ ແລະ ອົງການປົກຄອງແຂວງ ຕາມກົດໝາຍທ້ອງຖິ່ນ.
3. ຂອບເຂດສິດ.
1). ສະເໜີພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງ, ສ້າງຕັ້ງ ຫຼື ລົບລ້າງ ກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກ ປທສ ແຂວງວຽງຈັນ ໃນເມື່ອເຫັນວ່າບໍ່ສອດຄ່ອງ.
2). ສະເໜີປັບປຸງກົດໝາຍ, ລະບຽບການ, ຂໍ້ກຳນົດ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ອື່ນໆ ທາງດ້ານວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການວຽກງານຕົວຈິງຂອງແຂວງວຽງຈັນ ໃນແຕ່ລະໄລຍະ.
3). ເຈລະຈາ, ພົວພັນ ແລະ ເຊັນສັນຍາ, ອະນຸສັນຍາ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມການເຫັນດີຂອງແຂວງວຽງຈັນ ແລະ ກະຊວງ ປທສ.
4). ອອກແຈ້ງການ, ຂໍ້ຕົກລົງ, ຄຳແນະນຳ ແລະ ລະບຽບການອື່ນໆ ທີ່ບໍ່ຂັດກັບກົດໝາຍ, ລະບຽບການຂອງກະຊວງ ປທສ ວາງອອກ, ເຖິງບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບ, ຫ້ອງການ ປທສ ປະຈຳເມືອງ, ຜູ້ປະສານງານປະຈຳເມືອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ຂະແໜງການອື່ນໆ ອ້ອມຂ້າງແຂວງວຽງຈັນ.
5). ອອກ, ສືບຕໍ່, ໂຈະ, ຖອນ, ຍົກເລີກໃບອະນຸຍາດ ດຳເນີນທຸລະກິດດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານລະບົບໂຟນີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງ ປທສ ໃນແຕ່ລະໄລຍະ.
6). ເກັບຄ່າທຳນຽມ, ຄ່າບໍລິການ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ຕາມລະບຽບກົດໝາຍກຳນົດ.
7). ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກັກຢຶດອຸປະກອນ-ຜະລິດຕະພັນໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ໃຫ້ບໍລິການທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ພາຍໃນຂອບເຂດແຂວງວຽງຈັນ.
8). ສະເໜີແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນຂັ້ນເງິນເດືອນ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
9). ຄຸ້ມຄອງ, ນຳໃຊ້ຊັບສິນ ແລະ ງົບປະມານຕາມການອະນຸມັດຂອງແຂວງວຽງຈັນ.
10). ຈັດສັນ, ອະນຸມັດການຕິດຕັ້ງ ແລະ ວາງເຄືອຂ່າຍໂຄງລ່າງທາງດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານພາຍໃນແຂວງວຽງຈັນ.
11). ຮຽກປະຊຸມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
12). ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໄກ່ເກ່ຍ ແລະ ແກ້ໄຂຂໍ້ຂັດແຍ່ງ ໃນເມື່ອມີການສະເໜີ ຫຼື ຮ້ອງຟ້ອງ.
13). ພົວພັນຮ່ວມມືດ້ານວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງຄອມພິວເຕີກັບຕ່າງປະເທດຕາມການຕົກລົງເຫັນດີຂອງກະຊວງ ປທສ ແລະ ອົງການປົກຄອງແຂວງ.
14). ເຂົ້າຮ່ວມກອງປະຊຸມຕ່າງໆ ດ້ານວິຊາການ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງແຂວງວຽງຈັນ ຫຼື ກະຊວງ ປທສ.
15). ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາບໍລິສັດສາຂາ ຫົວໜ່ວຍທຸລະກິດທີ່ໃຫ້ບໍລິການດ້ານ ໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບັນດາຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳເມືອງ ແລ້ວລາຍງານສະພາບການເຄື່ອນໃຫ້ກະຊວງ ປທສະ ຮັບຊາບເປັນແຕ່ລະໄລຍະ.
16). ນຳໃຊ້ງົບປະມານຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງວຽງຈັນ ຕາມການອະນຸມັດຂອງແຂວງວຽງຈັນ.
17). ປະຕິບັດສິດອື່ນໆ ຕາມການມອບໝາຍຂອງກະຊວງ ປທສ ແລະ ອົງການປົກຄອງແຂວງວຽງຈັນ ຕາມກົດໝາຍທ້ອງຖິ່ນ.