ກອງປະຊຸມ ປະເມີນ ຄະນະພະແນກ ປທສ ແຂວງວຽງຈັນ
ແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມປະເມີນຜົນຄະນະພະແນກ ປທສ ແຂວງວຽງຈັນ ປະຈຳປີ 2019, ໃນວັນທີ 23 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ປທສ ແຂວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆ ວຽງຈັນ, ໃນນັ້ນມີ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມໃນການປະເມີນຄື: ຫົວໜ້າ ພະແນກ ພາຍໃນ ແຂວງວຽງຈັນ, ຄະນະຈັດຕັ້ງແຂວງວຽງຈັນ, ຄະນະກວດກາ ແຂວງວຽງຈັນ, ແນວລາວສ້າງຊາດ ແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມທັງໝົດ 12 ທ່ານ, ໂອກາດນີ້ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆ ວຽງຈັນ ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມວ່າ: ໃນການປະເມີນພະນັກງານ-ລັດຖະກອນແມ່ນຕີລາຄາ ແລະ ປະເມີນຜົນຕາມມາດຕະຖານວັດແທກໃນການປະຕິບັດວຽກງານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ມາດຕະຖານວັດແທກການປະເມີນຜົນແມ່ນບັນທັດຖານສຳລັບການປຽບທຽບຕີລາຄາເຸຖິງຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະບຸກຄົນ ພະນັກງານລັດຖະກອນໃຫ້ແທດເໝາະກັບຕົວຈິງ ມີຄວາມໂປ່ງໃສ ພາວະວິໃສ ຍຸຕິທຳ ເຄົາລົບທຸກຄຳເຫັນນັບຖືກຽດສັກສີຂອງຜູ້ຖືກປະເມີນ ແລະ ຫຼີກລ້ຽງແນວຄິດອັກຄະຕິເພື່ອໃຫ້ວຽກງານການປະເມີນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

