ກອງປະຊຸມ ເຜີຍແຜ່ບັນດານິຕິກຳ ແລະ ລົງຊຸຍູ້ການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມກາດ ຢູ່ເມືອງຫີນເຫີບ

ຂໍ້ຕົກລົງ, ແຈ້ງການ ແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງວຽງຈັນ ໄດ້ເປີດກອງປະຊຸມຝຶກອົບຮົມ ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງເຊັ່ນ: ກົດໝາຍ ແລະ ພາລະບົດບາດຂອງ ພະແນກ ປທສ ແຂວງວຽງຈັນ ໃນວັນອັງຄານວັນທີ 8 ກັນຍາ 2020, ໃຫ້ກຽດເປັນປະທານໂດຍ ທ່ານ ໂອລົດ ສີສູນທອນ ຮອງເຈົ້າເມືອງໆຫີນເຫີບ, ໃນນັ້ນມີ ພະແນກ ປທສ ແຂວງ, ຜູ້ປະສານງານວຽກງານ ປທສ ປະຈຳເມືອງຫີນເຫີບ ບັນດາບໍລິສັດໂທລະຄົມມະນາຄົມ, ບັນດາຫ້ອງການ ແລະ ບັນດາຜູ້ປະກອບການ ນັກທຸລະກິດ ນັກລົງທຶນ ອ້ອມຂ້າງ ເມືອງຫີນເຫີບໃຫ້ກຽດເຂົ້າຮ່ວມທັງໝົດ 101 ທ່ານ, ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບ ກົດໝາຍ ວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ, ກົດໝາຍ ວ່າດ້ວຍ ການໄປສະນີ, ຂໍ້ຕົກລົງ ວ່າດ້ວຍ ການໃຫ້ບໍລິການອິນເຕີເນັດກາເຟ ແລະ ສື່ສັງຄົມອອນລາຍ, ພາລະບົດບາດ ສິດໜ້າທີ່ຂອງ ພະແນກ ປທສ ແຂວງ ແລະ ຜູ້ປະສານງານປທສ ຂັ້ນເມືອງ ພ້ອມດຽວກັນນີ້ໄດ້ມີການຂຶ້ນທະບຽນໝາຍເລກໂທລະສັບ ແລະ ຊຶມກາດທັງ 3 ເຄືອຂ່າຍໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ ແລະ ພະນັກງານຢູ່ເມືອງ ຫີນເຫີບ.
