ນັກວິໄຈພົບຊ່ອງໂຫວ່ລະດັບ Protocol ໃນ 4G LTE ນຳໄປສູ່ການໂຈມຕີໄດ້ອີກ 19 ຮູບແບບ

ກຸ່ມນັກວິໄຈຈາກມະຫາວິທະຍາໄລ ໃນສະຫະລັດອະເມລິກາ ໄດ້ອອກມາເປີດເຜີຍເຖິງການຄົ້ນພົບຊ່ອງໂຫວ່ໃນ 4G LTE Protocol ທີ່ເຮັດໃຫ້ຜູ້ໂຈມຕີສາມາດສ້າງຂໍ້ຄວາມປອມ, ດັກຂໍ້ມູນຂອງຜູ້ໃຊ້ງານ, ເຮັດໃຫ້ແບດເຕີຣີ່ (Battery) ຂອງຜູ້ໃຊ້ງານໝົດຢ່າງວ່ອງໄວ ລວມໄປເຖິງການເຊື່ອມຕໍ່ເຂົ້າກັບເຄືອຂ່າຍ 4G LTE ໂດຍສາມາດປອມຕົວເປັນຜູ້ໃຊ້ງານຄົນອື່ນໆໄດ້.
ຊ່ອງໂຫວ່ນີ້ ຖືວ່າໜ້າສົນໃຈຫຼາຍ ເນື່ອງຈາກຈະກະທົບກັບ 4G LTE ທີ່ມີການໃຊ້ງານຢ່າງແຜ່ຫຼາຍທົ່ວໂລກແລ້ວ 5G ເອງກໍອາດຈະໄດ້ຮັບຜົນກະທົບເຊັ່ນກັນ ເພາະບັນຫານີ້ເກີດຂຶ້ນທີ່ລະດັບ Protocol ຂອງ LTE 3 ສ່ວນ ໄດ້ແກ່ Attach, Detach ແລະ Paging ຊຶ່ງການແກ້ໄຂບັນຫາເຫຼົ່ານີ້ທີ່ Protocol ໂດຍກົງ ກໍ່ຈະສົ່ງຜົນຕໍ່ Backward Compatibility ຂອງລະບົບທີ່ຈະຫຼຸດລົງ.
ຊ່ອງໂຫວ່ເຫຼົ່ານີ້ເຮັດໃຫ້ທີມນັກວິໄຈ ສາມາດນຳໄປປັບໃຊ້ ທີ່ເກີດເປັນການໂຈມຕີຮູບແບບໃໝ່ໄດ້ຫຼາຍກວ່າ 10 ຮູບແບບ ແລະ ໃຊ້ການໂຈມຕີດ້ວຍວິທີການແບບເກົ່າທີ່ເປັນທີ່ຮູ້ຈັກຢູ່ແລ້ວ 09 ຮູບແບບ ໂດຍການນຳໃຊ້ເຄື່ອງມືຊື່ LTEInspector ທີ່ທີມວິໄຈໄດ້ພັດທະນາຂຶ້ນມາ ເພື່ອວິເຄາະຂໍ້ມູນຂອງຜູ້ໃຊ້ງານ ແລະ ສັງລວມບັນດາຂໍ້ມູນທີ່ຈຳເປັນຕໍ່ການນຳໄປໃຊ້ໃນການໂຈມຕີຢ່າງຕໍ່ເນື່ອງໃນພາຍຫຼັງ.
ເອກະສານອ້າງອີງ:
https://www.laocert.gov.la
https://www.theregister.co.uk
https://www.techtalkthai.com