ນັກວິໄຈພົບຊ່ອງໂຫວ່ລະດັບ Protocol ໃນ 4G LTE ນຳໄປສູ່ການໂຈມຕີໄດ້ອີກ 19 ຮູບແບບ
ກຸ່ມນັກວິໄຈຈາກມະຫາວິທະຍາໄລ ໃນສະຫະລັດອະເມລິກາ ໄດ້ອອກມາເປີດເຜີຍເຖິງການຄົ້ນພົບຊ່ອງໂຫວ່ໃນ 4G LTE Protocol ທີ່ເຮັດໃຫ້ຜູ້ໂຈມຕີສາມາດສ້າງຂໍ້ຄວາມປອມ, ດັກຂໍ້ມູນຂອງຜູ້ໃຊ້ງານ, ເຮັດໃຫ້ແບດເຕີຣີ່ (Battery) ຂອງຜູ້ໃຊ້ງານໝົດຢ່າງວ່ອງໄວ ລວມໄປເຖິງການເຊື່ອມຕໍ່ເຂົ້າກັບເຄືອຂ່າຍ 4G LTE ໂດຍສາມາດປອມຕົວເປັນຜູ້ໃຊ້ງານຄົນອື່ນໆໄດ້.ຊ່ອງໂຫວ່ນີ້ ຖືວ່າໜ້າສົນໃຈຫຼາຍ ເນື່ອງຈາກຈະກະທົບກັບ 4G LTE ທີ່ມີການໃຊ້ງານຢ່າງແຜ່ຫຼາຍທົ່ວໂລກແລ້ວ
Read more